ເພື່ອເປັນການຢັ້ງຢືນທັງສະ, ຄວາມຮູ້ຄວາມສາມາດ ບົດຮຽນປະສົບການນໍາໃຊ້ອຸປະກອນ ຂອງນາຍຊ່າງຜູ້ສຳນານງານໃຫ້ທຽບເທົ່າພາກພື້ນສາກົນ, ມີການປະເມີນ ແລະ ອອກໃບຢັ້ງຢືນກ່ຽວກັບທັກສະສີມື ໃຫ້ກັບນາຍຊ່າງອີກດ້ວຍ.
ໃນວັນທີ 11 ພະຈິກ 2024ນີ້້, ທີ່ສະຖາບັນພັດທະນາສີມືແຮງງານ ໄດ້ມີພິທີ ປິດໂຄງການຝຶກແລກປ່ຽນວຽກງານອາຊີວະສຶກສາ ແລະ ພັດທະນາສີມືແຮງງານ ອາຊຽນ-ເກົາຫຼີ . ຊຸດຝຶກອົບຮົມຄັ້ງນີ້, ປະກອບມີ ສາຂາອາຊີບ ຊ່າງສ້ອມແປງລົດຍົນ ແລະ ບຳລຸງຮັກສາລົດຍົນ ໄລຍະການຝຶກ 3 ເດືອນ, ລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ ການຝຶກແມ່ນພາຍໃນສະຖາບັນ 1 ເດືອນ ແລະ ຝຶກຢູ່ບໍລິສັດໂຄລາວ, Mitsubishi, BMW 2 ເດືອນ, ມີທັງໝົດ 7 ປະເທດເຂົ້າຮ່ວມ ແລະ ມີຜູ້ເຂົ້າຮ່ວມການຝຶກທັງໝົດ 25 ຄົນ, ຍີງ 3 ຄົນ, ເລີ້ມຝຶກມາແຕ່ວັນທີ່ 23 ສີງຫາ – 11 ພະຈິກ 2024 ຢູ່ທີ່ສະຖາບັນພັດທະນາສີມືແຮງງານ.
Comments are closed