ເສົ້າຄໍ້າທີ່ 1
ປະກັນສຸຂະພາບ
ການຮັບປະກັນໃຫ້ຜູ້ເປັນສະມາຊີກໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ໂດຍນໍາໃຊ້ທຶນສົມທົບທີ່ໄດ້ຈ່າຍລ່ວງຫນ້າ ແລະ ງົບປະມານສົມທົບຂອງລັດ
ເສົ້າຄໍ້າທີ່ 2
ປະກັນສັງຄົມ
ການຮັບປະກັນໃຫ້ຜູ້ປະກັນຕົນ ແລະ ສະມາຊີກຄອບຄົວໄດ້ຮັບການອຸດຫນູນຈາກກອງທືນປະກັນສັງຄົມ ເພື່ອຄໍ້າປະກັນ ການດຳລົງຊີວິດ ຂັ້ນພື້ນຖານ
ເສົ້າຄໍ້າທີ່ 3
ສະຫວັດດີການສັງຄົມ
ລະບົບການບໍລິການສັງຄົມເພື່ອປ້ອງກັນ, ແກ້ໄຂບັນຫາສັງຄົມ ແລະ ການພັດທະນາສັງຄົມ ລວມທັງການສົ່ງເສີມຄວາມຫນັ້ນຄົງທາງສັງຄົມ
ວິໄສທັດ
ຮອດປີ2030, ປະຊາຊົນລາວຕາມກຸ່ມເປົ້າຫມາຍຕ່າງໆໄດ້ຮັບການເຂົ້າເຖິງການບໍລິການລະບົບປົກປ້ອງສັງຄົມດ້ານການປະກັນສຸຂະພາບ, ການປະກັນສັງຄົມ ແລະ ສະຫວັດດີການສັງຄົມຂັ້ນພື້ນຖານ ຢ່າງກ້ວາງຂວາງ, ສະເຫມີພາບ, ມີປະສິດທິພາບ ແລະ ຄວາມຍືນຍົງ.
ເປົ້າຫມາຍລວມ
ຮອດປີ 2025, ລະບົບປົກປ້ອງສັງຄົມ ໄດ້ຮັບການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບດີຂຶ້ນ ໂດຍມີເປົ້າຫມາຍ ໃນການໃຫ້ບໍລິການປົກປ້ອງສັງຄົມ ໃຫ້ກວມເອົາກຸ່ມເປົ້າຫມາຍ ຢ່າງກ້ວາງຂວາງກ່ວາເກົ່າ ແລະ ມີມາດຕະຖານດ້ານການບໍລິການທີ່ມີຄຸນນະພາບທີ່ດີຂຶົ້ນ.
ພັດທະນາວຽກປະກັນສຸຂະພາບໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວສຸຂະພາບທີ່ມີຄຸນນະພາບ ໂດຍບໍ່ສ້າງຄວາມຫຍຸ້ງຍາກດ້ານການເງິນ ໃຫ້ມີປະສິດທິພາບສຳລັບທຸກຄົນ ດ້ວຍການສະຫນັບສະຫນູນງົບປະມານໃຫ້ພຽງພ ແລະ ການຂະຫຍາຍການປະກັນສຸຂະພາບສຳລັບທຸກຄົນພາຍໃນປີ2025.
ພັດທະນາວຽກປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ, ເປັນລະບົບ ແລະ ມີປະສິດທິພາບ ເພື່ອໃຫ້ສາມາດເກັບແຫ່ງເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ແລະ ໃຫ້ການບໍລິການອຸດຫນູນປະກັນສັງຄົມປະເພດຕ່າງໆສຳລັບຜູ້ປະກັນຕົນທີ່ເປັນພະນັກງານ-ລັດຖະກອນ, ຜູ້ອອກແຮງງານໃນຫົວຫນ່ວຍແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ສະມາຊິກຄອບຄົວທີ່ເກີດສິດ ຢ່າງກ້ວາງຂວາງ ລວມທັງການຄຸ້ມຄອງກອງທຶນປະກັນສັງຄົມແຫ່ງຊາດ ໃຫ້ມີຄວາມໂປ່ງໄສ, ການສະສົມທຶນ ແລະ ຄວາມຍືນຍົງ.
ພັດທະນາວຽກສະຫວັດດີການສັງຄົມໃຫ້ມີຄວາມເຂັົ້ມແຂງ, ເປັນລະບົບ ແລະ ມີປະສິດທິພາບ ເພືອໃຫ້ການບ ລິການໃນການສົງເຄາະ ຫ ືການອຸດຫນູນໃຫ້ເດັກທີີ່ຕ້ອງການປົກປ້ອງພິເສດ ຫຼືດ້ອຍໂອກາດ, ຜູ້ພິການ, ຜູ້ອາຍຸສູງທີປ່ຽວພອຍແລະ ຜູ້ອອກແຮງງານທີທຸກຍາກບໍ່ສາມາດຊ່ວຍເຫຼືອຕົນເອງ ຢ່າງກ້ວາງຂວາງ, ສະຫນອງການສົງເຄາະບັນເທົາທຸກສຸກເສີນຜູ້ປະສົບໄພພິບັດຕ່າງໆ ໃຫ້ມີປະສິດທິຜົນ, ສະຫນອງທຶນການບໍລິຫານໂຮງຮຽນ, ທຶນສຳລັບນັກຮຽນທີທຸກຍາກໃນຊັ້ນຮຽນຕ່າງໆ ແລະ ທຶນອາຫານທ່ຽງໃນໂຮງຮຽນ ເພືອປະກອບສ່ວນອັນສຳຄັນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມ.

ຄາດຄະເນ່ຜົນປະໂຫຍດ
ຄາດຄະເນ່ຜົນປະໂຫຍດ – Interactive Calculator
ຂ່າວ ແລະ ກິດຈະກຳ

ມອບ-ຮັບ ເຂົ້າສານ 900 ກວ່າໂຕນ ຕອບໂຕ້ໄພພິບັດຢູ່ລາວ.
ພິທີ ມອບ-ຮັບ ເຂົ້າສານ ຈາກລັດຖະບານ ສປ ຈີນ 300 ໂຕນ, ຍີ່ປຸ່ນ 200 ໂຕນ ແລະ ສ ເກົາຫລີ 400[…]

ກອງປະຊຸມສະຫຼຸບຖອດທອນບົດຮຽນໃນການຈັດຕັ້ງປະຕິບັດ ຜົນການແຂ່ງຂັນສີມືແຮງງານ ພາຍໃນສະຖາບັນພັດທະນາສີມືແຮງງານ ຄັ້ງທີ 1
ເພື່ອເປັນການເສີມສ້າງທັກສະ, ຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ລະຫວ່າງນັກແຂ່ງຂັນສີມືແຮງງານ ພາກລັດ ແລະ ເອກະຊົນ ດ້ວຍກັນ ແລະ ເປັນການຄັດເລືອກນັກແຂ່ງຂັນສີມືແຮງງານ ຜູ້ດີເດັ່ນ ຂອງສະຖາບັນພັດທະນາສີມືແຮງງານ ເປັນຕົວແທນ[…]

ພິທີ ມອບ-ຮັບ ເຄື່ອງອຸບປະກອນ ສາຂາໄຟຟ້າໂອໂຕມາຕິກ ໃນການຊວ່ຍເຫຼືອລ້າ ຈາກມະຫາວິທະຍາໄລເຕັກນິກ ຢູນານ
ທ່ານພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮວ່ມພິທີ ມອບ-ຮັບ ເຄື່ອງອຸບປະກອນ ສາຂາໄຟຟ້າໂອໂຕມາຕິກ ໃນການຊວ່ຍເຫຼືອລ້າ ຈາກມະຫາວິທະຍາໄລເຕັກນິກ ຢູນານ ຮ່ວມກັບ ບໍລິສັດເທັກໂນໂລຢີ່[…]
ເອກະສານເຜີຍແຜ່

ຫນັງສືເຊີນ ເຂົ້າຮ່ວມການປະມູນສົມທຽບລາຄາ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຖາບັນພັດທະນາສີມືແຮງງານ, (ໂຄງການເສີມສ້າງທັກສະທີ່ ເປັນບູລິມະສິດ ສໍາລັບການເຕີບໂຕຂອງ ສປປ ລາວ) ໄດ້ຮັບອະນຸມັດງົບປະມານປະຈໍາສົກປີ 2024 ເພື່ອດໍາເນີນ ການ ປະມູນຈັດຊື້ ເຄື່ອງມື[…]

ປະມູນເປີດ ກວ້າງ. ສັນຍາເລກທີ: NCB C2.1-W-4
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກົມການຈັດຫາງານ (ໂຄງການເສີມສ້າງທັກສະທີ່ເປັນບູລິມະສິດ ສໍາລັບການເຕີບໂຕຂອງ ສປປ ລາວ) ໄດ້ຮັບອະນຸມັດງົບປະມານ ປະຈຳສົກປີ 2024 ເພື່ອດໍາເນີນການປະມູນ ກໍ່ສ້າງ – ສ້ອມແປງ[…]

ຫນັງສືເຊີນ ເຂົ້າຮ່ວມການປະມູນ ສັນຍາເລກທີ: NCB C2.1-W-3
ຫນັງສືເຊີນ ເຂົ້າຮ່ວມການປະມູນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກົມການຈັດຫາງານ (ໂຄງການເສີມສ້າງທັກສະທີ່ເປັນບູລິມະສິດ ສໍາລັບການເຕີບໂຕຂອງ ສປປ ລາວ) ໄດ້ຮັບອະນຸມັດງົບປະມານ ປະຈຳສົກປີ 2024 ເພື່ອດໍາເນີນການປະມູນ ກໍ່ສ້າງ –[…]

ແຈ້ງເຊີນປະມູນ ສັນຍາເລກທີ: NCB C2.1-W-1
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກົມການຈັດຫາງານ (ໂຄງການເສີມສ້າງທັກສະທີ່ເປັນບູລິມະສິດສໍາລັບການເຕີບໂຕຂອງ ສປປ ລາວ) ໄດ້ຮັບອະນຸມັດງົບປະມານ ປະຈຳສົກປີ 2024 ເພື່ອດໍາເນີນການປະມູນ ກໍ່ສ້າງ –ສ້ອມແປງ ຈຸດບໍລິການຈັດຫາງານ 4[…]
ບາງຄຳເຫັນຈາກຜູ້ທີ່ໄດ້ຜົນປະໂຫຍດ
“ຂ້ອຍໄດ້ຮັບການປິ່ນປົວຫຼັງຈາກການຜ່າຕັດກະເພາະໂດຍບໍ່ເສຍຄ່າຈາກປະກັນສຸຂະພາບແຫ່ງຊາດ

ແມ່ຕູ້ ທອງ ເທືອດ
ແຂວງ ວຽງຈັນ
ຂ້ອຍໄດ້ຮັບເງີນອຸດໜູນເສຍຊີວິດ ຂອງຜົວ 19,500,000 ກີບ
ຈາກກອງທຶນປະກັນສັງຄົມແຫ່ງຊາດ

ແພງພັນ ບົງມະສອນ
ແຂວງ ສາລະວັນ
ຂ້ອຍໄດ້ຮັບເງີນອຸດໜູນຈາກໂຄງການແລະ ໄດ້ໃຊ້ຈ່າຍໃນການເບິ່ງແຍງລູກ

ຜູ້ໄດ້ຮັບຜົນປະໂຫຍດ
ແຂວງ ອັດຕະປື
ຄຳຖາມທີ່ຖືກຖາມເປັນປະຈຳ
ຄົນເຈັບມີໃບນໍາສົ່ງຈາກຕ່າງແຂວງ ມາໂຮງໝໍສູນກາງ ຕ້ອງການຝາກໜີ້, ແກ້ໄຂກໍລະນີໃບນໍາສິ່ງບໍ່ຖືກຕ້ອງ ຫຼື ໃບນໍ້າສິ່ງບໍ່ຜ່ານໜ່ວຍງານປະກັນ ຈະເຮັດແນວໃດ?
ແນະນໍາໃຫ້ເອົາໃບນໍາສົ່ງ (ສະບັບແທ້) ຫຼື ພົວພັນປ່ອງປະກັນ ຢູ່ໂຮງໝໍ. ການແກ້ໄຂເອກະສານບໍ່ຜ່ານປະກັນ ແມ່ນ ທີມງານ ສາຍດ່ວນ ຫຼື ຜູ້ທີ່ໂທມາ ພົວພັນກັບໂຮງໝໍຕົ້ນທາງ ເພື່ອ ຢັ້ງຢືນເຖິງຄວາມຈຳເປັນໃນການນໍາສົ່ງຄົນເຈັບ ແລ້ວຢັ້ງຢືນຕໍ່ກັບໂຮງໝໍທີ່ຮັບສົ່ງຕໍ່. ຕາມກໍລະນີ
ກໍລະນີມີໃບນໍາສົ່ງຖືກຕ້ອງ ແຕ່ເປັນໃບນໍາສົ່ງຂ້າມເດືອນ
ເຊັ່ນ: ກໍລະນີເຄມີບຳບັດ, ຟອກໄຂ່ຫຼັງ, ການປິ່ນປົວອື່ນໆ ກໍລະນີຄົນເຈັບຕ່າງແຂວງ ທີ່ຜູ້ກ່ຽວຍັງພັກຟື້ນຢູ່ນໍາຄອບຄົວ ຫຼື ພີ່ນ້ອງ ທີ່ບໍ່ທັນກັບຄົນແຂວງຕົນເອງ ເມື່ອເວລາເຈັບເປັນ ຢາກປິ່ນປົວຢູ່ໂຮງໝໍສູນກາງ ຂໍນໍາໃຊ້ໃບນໍາສົ່ງເກົ່າໄດ້ບໍ່?
ໃບນໍາສົ່ງ ທີ່ໂຮງໝໍຕົ້ນທາງອອກໃຫ້ ຈະນໍາໃຊ້ໄດ້ພຽງແຕ່ ຄັ້ງດຽວ;
ໃບນໍາສົ່ງທີ່ສາມາດນໍາໃຊ້ຫຼາຍກວ່າ 01 ຄັ້ງ ອາດພິຈາລະນາໃນ ບາງພະຍາດ (ແຕ່ນໍາໃຊ້ໄດ້ພາຍໃນໄລຍະເວລາໃດໜຶ່ງຕາມທີ່ ກຳນົດໄວ້). ດັ່ງນັ້ນ, ການນໍາໃຊ້ໃບນໍາສົ່ງທີ່ຂ້າມເດືອນ ຫຼື ນໍາໃຊ້ຫຼາຍຄັ້ງ ຈະຂຶ້ນກັບການພົວພັນປະສານງານ ແລະ ຢັ້ງຢືນ ໃນແຕ່ລະຄັ້ງ ຂອງ ຜູ້ຮັບສາຍດ່ວນ ແລະ ໂຮງໝໍປາຍທາງທີ່ ຄົນເຈັບມາໃຊ້ບໍລິການ;
ບາງລາຍການຢາ ທີ່ນອນໃນບັນຊີຢາພື້ນຖານແຫ່ງຊາດ ແລະ ຄ່າໃຊ້ຈ່າຍອື່ນໆ ທີ່ກອງທຶນປະກັນສຸຂະພາບແຫ່ງຊາດ ໃຫ້ການຄຸ້ມຄອງ ແຕ່ຄົນເຈັບໄດ້ຈ່າຍເງິນ ເນື່ອງຈາກໂຮງໝໍໄດ້ ເກັບເງິນ ຫຼື ໃຫ້ຄົນເຈັບໄປຊື້ ຢູ່ ຮ້ານຂາຍຢານອກໂຮງໝໍ ສາມາດຂໍເງິນທົດແທນຄົນໄດ້ ຫຼື ບໍ່?
ຖ້າກໍລະນີທີ່ເປັນໂຮງໝໍຢູ່ສັນຍາ (ໂຮງໝໍທີ່ຜູ້ປະກັນຕົນເລືອກ) ຖ້າເປັນຢາ ທີ່ນອນໃນບັນຊີຢາພື້ນຖານແຫ່ງຊາດ ແມ່ນໃຫ້ຄົນ ເຈັບໄປຂໍຖອນເງິນຄືນນໍາໂຮງໝໍດັ່ງກ່າວເນື່ອງຈາກຫ້ອງການ ປະກັນສຸຂະພາບແຫ່ງຊາດໄດ້ຈ່າຍເງິນມອບເໝົາໃຫ້ໂຮງໝໍແລ້ວ;
ຖ້າເປັນກໍລະນີທີ່ຖືກສົ່ງຕໍ່ມາປິ່ນປົວ ຫຼື ເປັນຄົນເຈັບຝາກ ພາຍໃນ ນະຄອນຫຼວງວຽງຈັນ ແມ່ນໃຫ້ປະສານຫາ ເລືອກເກີດສິດປິ່ນປົວ; ໂຮງໝໍທີ່ຜູ້ປະກັນຕົນ
ຖ້າເປັນກໍລະນີທີ່ຖືກສິ່ງຕໍ່ມາປິ່ນປົວຖືກຕ້ອງຕາມລະບົບ ຈາກຕ່າງແຂວງ ແມ່ນທີມງານສາຍດ່ວນຈະເປັນຜູ້ພົວພັນປະສານ ງານແກ້ໄຂຕາມກໍລະນີ.
ຜຸ້ສະໜັບສະໜູນ



