ກອງປະຊຸມສະຫຼຸບຖອດທອນບົດຮຽນໃນການຈັດຕັ້ງປະຕິບັດ ຜົນການແຂ່ງຂັນສີມືແຮງງານ ພາຍໃນສະຖາບັນພັດທະນາສີມືແຮງງານ ຄັ້ງທີ 1

ຂ່າວ ແລະ ກິດຈະກຳ

ເພື່ອເປັນການເສີມສ້າງທັກສະ, ຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ລະຫວ່າງນັກແຂ່ງຂັນສີມືແຮງງານ ພາກລັດ ແລະ ເອກະຊົນ ດ້ວຍກັນ ແລະ ເປັນການຄັດເລືອກນັກແຂ່ງຂັນສີມືແຮງງານ ຜູ້ດີເດັ່ນ ຂອງສະຖາບັນພັດທະນາສີມືແຮງງານ ເປັນຕົວແທນ ເພື່ອເຂົ້າຮ່ວມແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4.

ໃນວັນທີ 8 ພະຈິກ 2024ທີ່ສະຖາບັນພັດທະນາສີມືແຮງງານ, ໄດ້ຈັດກອງປະຊຸມສະຫຼຸບຖອດທອນບົດຮຽນໃນການຈັດຕັ້ງປະຕິບັດ ຜົນການແຂ່ງຂັນສີມືແຮງງານ ພາຍໃນສະຖາບັນພັດທະນາສີມືແຮງງານ ຄັ້ງທີ 1. ໂດຍເປັນປະທານຂອງ ທ່ານ ພົງສະຫວັນ ສຸລິວັນ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ, ມີບັນດາຂະແໜງການກຽ່ວຂ້ອງ, ຄູອາຈານ ແລະ ມີນັກແຂ່ງຂັນເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວວຽກງານແຂ່ງຂັນສີມືແຮງງານ ພາຍໃນສະຖາບັນພັດທະນາສີມືແຮງງານ ຄັ້ງທີ 1, ພ້ອມດວ້ຍຈຸດປະສົງ ເພື່ອສົ່ງເສີມການພັດທະນາສີມືແຮງງານໃຫ້ແກ່ບັນດາຊາວໜຸ່ມ, ຜູ້ເຂົ້າຝຶກ ແລະ ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ ພາຍໃນສະຖາບັນພັດທະນາສີມືແຮງງານ, ວິທິຍະໄລ ແລະ ບໍລິສັດເອກະຊົນ, ໂດຍມີການຄັດເລືອກ ແລະ ມອບຫຼຽນລາງວັນໃຫ້ນັກແຂ່ງຂັນສີມືແຮງງານຜູ້ທີ່ຊະນະເລີດອັນດັບ 1, 2 ແລະ 3. ການແຂ່ງຂັນສີມືແຮງງານຍັງເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊີ່ງກັນລະກັນ ທາງດ້ານບົດຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນອຸດສາຫະກຳ 4.0, ນອກຈາກນັ້ນ ຍັງເປັນການການຊຸກຍູ້ ສົ່ງເສີມໃຫ້ມີການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນຫຼາຍຂຶ້ນ ຊຶ່ງເປັນວຽກງານໜຶ່ງ ທີ່ນອນຢູ່ໃນວຽກງານການພັດທະນາຊັບພະຍາກອນມະນຸດ.

ການແຂ່ງຂັນສີມືແຮງງານພາຍໃນສະຖາບັນພັດທະນາສີມືແຮງງານ ຄັ້ງທີ I, ຈັດໄດ້ຈັດຂຶ້ນທີ່ ສະຖາບັນພັດທະນາສີມືແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ໂດຍມີ 5 ສາຂາຊ່າງ ຄຶ: ສາຂາຊ່າງຕິດຕັ້ງໄຟຟ້າ, ສາຂາຊ່າງເວບເຕັກໂນໂລຊີ, ສາຂາຊ່າງ ກຣາບຟິກດີຊາຍ, ສາຂາຊ່າງຊ່າງໄມ້ ແລະ ສາຂາຊ່າງປຸງແຕ່ງອາຫານ.ມີນັກແຂ່ງຂັນເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 9ທ່ານ. ໃນນັ້ນ, ນັກແຂ່ງຂັນສະຖາບັນພັດທະນາສີມືແຮງງານມີທັງໝົດ 15 ທ່ານ, ຍິງ 7ທ່ານ. ນັກແຂ່ງຂັນວິທະຍາໄລລາວວຽງ ເຂົ້າຮ່ວມແຂ່ງຂັນ ສາຂາຊ່າງເວບເຕັກໂນໂລຊີ ແລະ ສາຂາຊ່າງ ກຣາບຟິກດີຊາຍ ສາຂາລະ 2 ທ່ານ ລວມເປັນ 4 ທ່ານ, ຍິງ 2 ທ່ານ. ນັກແຂ່ງຂັນບໍລິສັດ ເອເຊຍການໄຟ້າ ຈໍາກັດຜູ້ດຽວ ເຂົ້າຮ່ວມ ແຂ່ງຂັນ ໃນສາຂາຊ່າງ ຕິດຕັ້ງໄຟ້າ 2 ທ່ານ, ຍິງ 0 ທ່ານ ແລະ ນັກແຂ່ງຂັນ ສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ເຂົ້າຮ່ວມ ແຂ່ງຂັນ ໃນສາຂາຊ່າງໄມ້ 1 ທ່ານ.

Share

Tags:

Comments are closed