ລັດຖະມົນຕີເນັ້ນ ໃຫ້ ອປຊ ໃຫ້ບໍລິການຄ່ອງໂຕ, ປອດໃສ, ກວດສອບໄດ້

ຂ່າວ ແລະ ກິດຈະກຳ

ໃນວັນທີ 08 ພະຈິກ 2024 ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XV ຂອງຕົນຂື້ນ, ໃຫ້ກຽດເປັນປະທານໂດຍທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານສະພາບໍລິຫານ ຂອງ ອປຊ, ເຂົ້າຮ່ວມມີຮອງປະທານສະພາບໍລິຫານ, ຄະນະກໍາມະການ, ຄະນະອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະພະແນກເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງກໍ່ເພື່ອປຶກສາຫາລືຄວາມເປັນເອກະພາບກ່ຽວກັບບັນຫາທີ່ຕິດພັນກັບພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງສະພາບໍລິຫານ, ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດບັນດາທິດຊີ້ນໍາຂອງກອງປະຊຸມສະພາບໍລິຫານຄັ້ງທີ XIV ແລະ ການລາຍງານຜົນຂອງການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມທີ່ສໍາເລັດ ແລະ ວຽກງານຂໍ້ຄົງຄ້າງ ໃນ 09 ເດືອນຂອງປີ 2024 ແລະ ທິດທາງແຜນການທ້າຍປີ 2024 ທີ່ຈະຕ້ອງພ້ອມກັນປຶກສາຫາລືເປັນເອກະພາບໃນການຈັດຕັ້ງປະຕິບັດ.

ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດຂອງກອງປະຊຸມສະພາບໍລິຫານ ອປຊ ຄັ້ງທີ່ຜ່ານມາ ເຊັ່ນ: ຄວາມຮັບຜິດຊອບ ຂອງຄະນະກຳມະການສະພາບໍລິຫານ ປະກອບສ່ວນເຂົ້າໃນໜ້າວຽກຂອງແຕ່ລະພະແນກຂອງ ອປຊ ທີ່ຈະຕ້ອງມີການປັບປຸງນິຕິກໍາທີ່ກ່ຽວຂ້ອງເພື່ອຮອງຮັບການຈັດຕັ້ງປະຕິບັດດັ່ງກ່າວ ເປັນຕົ້ນແມ່ນການປັບປຸງມາດຕາ 85 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ປັບປຸງຂໍ້ຕົກລົງວ່າດ້ວຍການແບ່ງໜ້າທີ່ຮັບຜິດຊອບ ແລະ ຊີ້ນໍາ ຂອງຄະນະສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ ສະບັບເລກທີ 0010/ສພ.ອປຊ ທັງນີ້ກໍ່ເພື່ອຍົກສູງວຽກງານຂອງບັນດາພະແນກການ ພາຍໃນ ອປຊ ຢ່າງໃກ້ສິດຂອງຄະນະກໍາມະການສະພາບໍລິຫານ, ການແກ້ໄຂບັນຫາການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບທີ່ເປັນວຽກງານເລັ່ງດ່ວນ, ການສ້າງແຜນຍຸດທະສາດວຽກງານປະກັນສັງຄົມ, ການປະກອບຄໍາຄິດເຫັນຂອງຄະນະກຳມະການສະພາບໍລິຫານ ຕໍ່ຮ່າງປັບປຸງກົດໝາຍວ່າດ້ວຍການປະກັນ, ການແຕ່ງຕັ້ງຄະນະຊຸກຍູ້ວຽກງານໂຄສະນາປະຊາສໍາພັນຢູ່ຂັ້ນທ້ອງຖິ່ນ, ວຽກງານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ, ກົນໄກການກວດສອບພາຍໃນ ແລະ ກວດກາພາຍນອກ. ຈາກນັ້ນ ທ່ານ ນາງ ແວວມະນີ ຄໍາຜາຍ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານໂດຍສັງເຂບກ່ຽວກັບຜົນຂອງການຈັດຕັ້ງປະຕິບັດກິດຈະກຳ ອປຊ ປະຈຳ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2024.

ພາຍໃນກອງປະຊຸມ ໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງຂອງຄະນະຜູ້ແທນ ເປັນຕົ້ນແມ່ນ ບັນຫາການໃຫ້ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍ ທີ່ພາກສ່ວນກ່ຽວຂ້ອງຕ້ອງເລັ່ງໃສ່ປັບປຸງດ້ານນິຕິກໍາເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ສ້າງຄວາມເພິ່ງພໍໃຈແກ່ສະມາຊິກ, ເພີ່ມທະວີວຽກງານກວດສອບ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ, ສືບຕໍ່ຍາດແຍ່ງການຊ່ວຍເຫຼືອທາງດ້ານງົບປະມານຈາກອົງການຈັດຕັ້ງສາກົນ ພ້ອມທັງແລກປ່ຽນດ້ານວິຊາການຈາກຜູ້ຊ່ຽວຊານຕ່າງປະເທດຢ່າງກົງໄປກົງມາ ເພື່ອນໍາມາພັດທະນາວຽກງານປະກັນສັງຄົມໃຫ້ດີຍິ່ງຂື້ນ, ການກໍານົດແຜນວຽກຈຸດສຸມໃຫ້ເໝາະສົມ ຮັບປະກັນປະຕິບັດຢ່າງມີຜົນສໍາເລັດ, ການສ້າງແຜນຍຸດທະສາດວຽກງານປະກັນສັງຄົມ ຄວນມີການກໍານົດເນື້ອໃນລະອຽດໃນແຕ່ລະດ້ານ ພ້ອມທັງມີການປະເມີນການຈັດຕັ້ງປະຕິບັດເປັນໄລຍະ, ມີການປະເມີນຄວາມຕ້ອງການຂອງຜູ້ປະກັນຕົນ ເພື່ອເປັນບ່ອນອີງໃນການພັດທະນາປັບປຸງລະບົບປະກັນສັງຄົມໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ, ການຫັນລະບົບໄປເປັນທັນສະໄໝຍັງເປັນສິ່ງທີ່ຈໍາເປັນ ແລະອື່ນໆ.

ໃນຕອນທ້າຍ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານກອງປະຊຸມກ່າວວ່າ: ທຸກໆຄໍາຄິດຄໍາເຫັນຂອງຄະນະກໍາມະການສະພາບໍລິຫານ ລ້ວນແຕ່ເປັນປະໂຫຍດ ມີຄວາມໝາຍຄວາມສໍາຄັນ ເພື່ອເປັນບ່ອນອີງໃນການສືບຕໍ່ຄົ້ນຄ້ວາປັບປຸງການຄຸ້ມຄອງບໍລິຫານລະບົບປະກັນສັງຄົມໃຫ້ເປັນລະບົບຄົບຊຸດ, ມີຄວາມຮັດກຸມຂື້ນກວ່າເກົ່າ ແລະ ປະກອບເຂົ້າໃນສອງເອກະສານໃຫ້ມີເນື້ອໃນສົມບຸນຍິ່ງຂື້ນ ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນທ້າຍປີ 2024 ຢ່າງມີຜົນສໍາເລັດ. ສໍາລັບບັນຫາເຄັ່ງຮ້ອນ ທີ່ພົວພັນເຖິງການບໍລິຫານຄຸ້ມຄອງວຽກງານປະກັນສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ ກໍ່ຄື ການໃຫ້ບໍລິການປິ່ນປົວສຸຂະພາບ ຊຶ່ງພາກສ່ວນກ່ຽວຂ້ອງຕ້ອງໄດ້ຮີບຮ້ອນແກ້ໄຂ້ປັບປຸງຕາມການຕົກລົງຂອງສອງກະຊວງ ຕາມການປຶກສາຫາລືຂອງສະພາບໍລິຫານ ອປຊ ເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດຖະບານໃນການສ້າງສັງຄົມສາມັກຄີປອງດອງສີວິໄລ ແລະ ຍຸດຕິທໍາ. ພ້ອມດຽວກັນນັ້ນ ປະທານຍັງໄດ້ຮຽກຮ້ອງໃຫ້ພະນັກງານປະກັນສັງຄົມຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນປັບປຸງການບໍລິການວຽກງານປະກັນສັງຄົມໃຫ້ມີຄວາມຄ່ອງຕົວ ແລະ ເປັນທີ່ປະທັບໃຈຂອງຜູ້ມາໃຊ້ການບໍລິການ ບໍ່ວ່າຈະເປັນ ການບໍລິການກັບທີ່ ແລະ ການບໍລິການເຄື່ອນທີ່ ໂດຍ ແນ່ໃສ່ຄໍາຂວັນ ການບໍລິການວ່ອງໄວ ໂປ່ງໃສ ສາມາດກວດສອບໄດ້ ແລະ ຫັນເປັນທັນສະໄໝ ແລະ ໃນປີ 2025 ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເປັນບ່ອນອີງ ໃຫ້ແກ່ການຜັນຂະຫຍາຍແຜນງານໃນ 5 ປີຕໍ່ໜ້າ ຈຶ່ງຈໍາເປັນທີ່ສຸດໃນການຄົ້ນຄ້ວາປັບປຸງແບບແຜນວິທີການເຮັດວຽກຂອງສະພາບໍລິຫານ, ກົນໄກການປະສານງານ, ການມອບໝາຍຄວາມຮັບຜິດຊອບ ແລະ ຮູບແບບການປະຊຸມຂອງສະພາບໍລິຫານຂອງພວກເຮົາ ເນື້ອໃນກອງປະຊຸມແຕ່ລະຄັ້ງຈະຕ້ອງໄດ້ພ້ອມກັນລົງເລິກຄົ້ນຄ້ວາບັນຫາທີ່ເປັນບັນຫາເຄັ່ງຮ້ອນຕິດພັນກັບຄວາມຮັບຜິດຊອບຄວາມຕັດສິນໃຈຂອງສະພາບໍລິຫານ ສະເໜີໃຫ້ອົງການປະກັນສັງຄົມແຫ່ງຊາດ ຄົ້ນຄ້ວາກໍານົດແຜນປະຕິບັດງານໃນປີ 2025 ໃຫ້ຊັດເຈນທີ່ຕິດພັນກັບຄາດໝາຍສູ້ຊົນ ຕິດພັນກັບວຽກງານຈຸດສຸມ ຕິດພັນກັບບັນຫາທີ່ເຄັ່ງຮ້ອນຈະນໍາມາເປັນຫົວຂໍ້ປຶກສາຫາລືເຊັ່ນ: ການບໍລິຫານ, ການລົງທຶນ, ການຫັນເປັນທັນສະໄໝ, ການໂຄສະນາປະຊາສໍາພັນ, ການຂະຫຍາຍອັດຕາການປົກຄຸມວຽກງານປະກັນສັງຄົມ… ແລະ ທ້າຍປີ 2024 ຈະສາມາດພິຈາລະນາ ແລະ ຮັບຮອງແຜນປີ 2025 ໄດ້ໂດຍພື້ນຖານ.

Share

Tags:

Comments are closed