ພິທີ ມອບ-ຮັບ ເຄື່ອງອຸບປະກອນ ສາຂາໄຟຟ້າໂອໂຕມາຕິກ ໃນການຊວ່ຍເຫຼືອລ້າ ຈາກມະຫາວິທະຍາໄລເຕັກນິກ ຢູນານ

ຂ່າວ ແລະ ກິດຈະກຳ

ທ່ານພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮວ່ມພິທີ ມອບ-ຮັບ ເຄື່ອງອຸບປະກອນ ສາຂາໄຟຟ້າໂອໂຕມາຕິກ ໃນການຊວ່ຍເຫຼືອລ້າ ຈາກມະຫາວິທະຍາໄລເຕັກນິກ ຢູນານ ຮ່ວມກັບ ບໍລິສັດເທັກໂນໂລຢີ່ ດ້ານການສຶກ ສາ ກວາງໂຈ ວີຄອມຈໍາກັດ ປະເທດ ສປ ຈີນ ໃນວັນທີ 12 ພະຈິກນີ້ ທີ່ສະຖາບັນພັດທະນາສີມືແຮງງານ.

ໃນພິທີດັ່ງກ່າວ. ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າ ສະຖາບັນພັດທະນາສີມືແຮງງານ ໄດ້ລາຍງານຜົນການ ຮ່ວມມື ກັບມະຫາວິທະຍາໄລເຕັກນິກ ຢູນານ ຮ່ວມກັບ ບໍລິສັດເທັກໂນໂລຢີ່ ດ້ານການສຶກ ສາ ກວາງໂຈ ວີຄອມຈໍາກັດ ປະເທດ ສປ ຈີນ ກ່ຽວກັບການປູກຝັງທີ່ໃສ່ທັກສະສີມືລະດັບສູງ ໃນການຊ່ວຍເຫຼືອລ້າ ໃນວັນທີ 04 ກໍລະກົດ 2024ຜ່ານມາ ສອງຝ່າຍໄດ້ລົງນາມສັນຍາການຮ່ວມມືກັບມະຫາວິທະຍາໄລເຕັກນິກ ຢູນານ ຮ່ວມກັບ ບໍລິສັດເທັກໂນໂລຢີ່ ດ້ານການສຶກ ສາ ກວາງໂຈ ວີຄອມຈໍາກັດ ປະເທດ ສປ ຈີນ ກ່ຽວກັບການປູກຝັງທີ່ໃສ່ທັກສະສີມືລະດັບສູງ.

ໃນການຊ່ວຍເຫຼືອລ້າ ກ່ຽວກັບເຄື່ອງອຸປະກອນ ສາຂາໄຟຟ້າໂອໂຕມາຕິກ ຈໍານວນ 05 ຊຸດ ເປັນຈໍານວນເງິນ 1,338,400 ຢວນ ໃນການ ຊ່ວຍເຫຼືອລ້າ, ບູລິມະສິດລໍາດັບແຜນ ຍຸດທະສາດການຮ່ວມມືແບບເຊື່ອມສານເຂົ້າກັນ ໂດຍອີງໃສ່ມາດຕະຖານສາກົນກ່ຽວກັບອຸດສະຫະກໍາການສືກສາ ແບບ ສາມຝ່າຍ, ສາມາດຕອບສະໜອງໃຫ້ບັນລຸຕາມ ແຜນການ, ສັນຍາການຮ່ວມມື ລວມມີສາມຝ່າຍຄື: ຝ່າຍ (ກ) ມະຫາ ວິທະຍາໄລເຕັກນິກ ຢູນານ ( Yunan Technical College ) , ຝ່າຍ (ຂ) ສະຖາບັນພັດທະນາສີມືແຮງງານ ແລະ ຝ່າຍ (ຄ) ບໍລິສັດເທັກໂນໂລຢີ່ ດ້ານການສຶກສາ ກວາງໂຈ ວີຄອມຈໍາກັດ, ໂດຍຍືດໝັ້ນຫຼັກການຮ່ວມມືແບບ ໜຶ່ງແລ່ວ ໜຶ່ງເສັ້ນ ທາງ ໃນ ການພັດທະນາ ຊ່ວຍເຫຼືອຊື່ງກັນ ແລະ ກັນ ເພື່ອໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວ່າງໄວ້, ການຮ່ວມມືສາມ ຝ່າຍໃນຄັ້ງນີ້ແມ່ນ ໄລຍະ 03 ປີ ຫຼັງຈາກນັ້ນຈະ ມີການ ປະເມີນຮ່ວມກັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຈຸດປະສົງເປົ້າໝາຍຫຼັກໃນການຮ່ວມມືສາມຝ່າຍໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍ ດ້ານການຮ່ວມມື ບົນພື້ນຖານ ແຜນຍຸດທະສາດ ຂອງສາມຝ່າຍໃນການເຊື່ອມສານ ດ້ານອຸດສະຫະກໍາການສຶກສາ ແລະ ການຮ່ວມມືສາກົນ, ອໍານວຍຄວາມ ສະດວກໃຫ້ແກ່ ການຮຽນ-ສອນ, ການຝຶກອົບຮົມ ແລະ ການປະເມີນສີມືແຮງງານ ສໍາລັບ ການແຂ່ງຂັນສີມືແຮງງານ ລະດັບໂລກ ໃນລະບົບເຄື່ອຄ່າຍຂໍ້ມູນສາຍເຄເບີນ ແລະ ການຕິດຕັ້ງໄຟຟ້າ, ພື້ນຖານການຝຶກອົບຮົມດ້ານດີຈີຕໍເພື່ອ ປູກຈິດສໍານຶກໃນລະດັບສາກົນການການປູກຝັງທີ່ໃຊ້ທັກສະ ແລະ ພອນສະຫວັນສີມືລະດັບສູງຂອງສາກົນ. ພັດທະນາການ

ຝຶກອົບຮົມ ແລະ ພາກປະຕິບັດຕົວຈິງ, ເພື່ອເພີ່ມທະວີຄວາມສາມາດທາງດ້ານການສິດສອນ ແລະ ນໍາໃຊ້ອຸປະກອນ ຂອງສາກົນ, ມີການປະເມີນ ແລະ ອອກໃບຢັ້ງຢືນກ່ຽວກັບທັກສະສີມື ໃນລະດັບສາກົນອີກດ້ວຍ.

Share

Tags:

Comments are closed