ເພື່ອພັດທະນາວຽກສະຫວັດດີການສັງຄົມ ໃຫ້ກຸ່ມຜູ້ດ້ອຍໂອກາດ, ກຸ່ມຜູ້ທຸກຍາກ ແລະ ປະສົບໄພພິບັດຕ່າງໆ ສາມາດ ເຂົ້າເຖິງການບໍລິການໃນການຊ່ວຍເຫຼືອສົງເຄາະ ຫຼື ການອຸໜູນຕ່າງໆ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ, ສາມາດຢູ່ຮ່ວມກັບ ສັງຄົມ ແລະ ປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ.
ກິດຈະກໍາ 1: ການບໍລິການອຸດໜູນ ແລະ ການສົງເຄາະແມ່ຍິງຖືພາ ແລະ ເດັກ
- ເກັບກຳ ແລະ ສັງລວມຂໍ້ມູນແມ່ຍິງຖືພາ ແລະ ເດັກ ໂດຍສະເພາະຜູ້ທຸກຍາກ ຫຼື ຜູ້ຢູ່ໃນກຸ່ມທີ່ບອບບາງ;
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການສົງເຄາະ ຫຼື ການອຸດໜູນແມ່ຍິງຖືພາ ແລະ ເດັກອາຍຸຕໍ່າກວ່າ 3 ປີ ໃນ ຄອບຄົວທຸກຍາກທີ່ສຸດ ແລະ ເດັກທີ່ຕ້ອງການປົກປ້ອງພິເສດໃນສັງຄົມ ຕາມເງື່ອນໄຂຕົວຈິງ;
- ໃຫ້ອຸດໜູນເດັກອາຍຸຕໍ່າກ່ວາ 3 ປີ ໃນເມືອງທຸກຍາກທີ່ສຸດ ເພື່ອໃຫ້ເດັກໄດ້ຮັບໂພຊະນາການທີ່ຈຳເປັນໃນໄວ ອາຍຸ 2 ປີທຳອິດຂອງຊີວິດ;
- ໃຫ້ການບໍລິການສົງເຄາະດ້ານວັດຖຸ ແລະ ຈິດໃຈ ທີ່ຈຳເປັນຕໍ່ແມ່ຍິງຖືພາ ທີ່ມີລາຍຮັບຕໍ່າ ແລະ ເດັກທີ່ ຕ້ອງການປົກປ້ອງພິເສດ ຄື: ເດັກກຳພ້າ-ກຳພອຍທີ່ທຸກຍາກ, ເດັກທີ່ຖືກປະຖິ້ມ, ເດັກທີ່ຖືກທຳຮ້າຍຮ່າງກາຍ, ເດັກທີ່ຖືກຂູດຮີດ ແລະ ທາລຸນທາງເພດ, ເດັກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ເດັກທີ່ເຮັດວຽກໃນ ສະພາບອັນຕະລາຍຕໍ່ສຸຂະພາບ ຫຼື ຖືກຂູດຮີດແຮງງານ ແລະ ເດັກທີ່ຕິດຢາເສບຕິດ ເພື່ອໃຫ້ສາມາດຢູ່ຮ່ວມ ກັບສັງຄົມ.
ກິດຈະກໍາ 2: ການບໍລິການອຸດໜູນ ຫຼື ການສົງເຄາະໃຫ້ຜູ້ພິການ ແລະ ຜູ້ທີ່ລອດຊີວິດຈາກອຸປະຕິເຫດລະເບີດຕົກຄ້າງ
- ເກັບກຳ ແລະ ສັງລວມຂໍ້ມູນຜູ້ພິການເພື່ອໃຫ້ການສົງເຄາະ ຫຼື ການອຸດໜູນທີ່ເໝາະສົມ;
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການສົງເຄາະ ຫຼື ການອຸດໜູນຜູ້ພິການ ລວມທັງຜູ້ພິການເຄາະຮ້າຍຈາກ ລະເບີດຕົກຄ້າງ ແລະ ຈາກການຖືກໃຊ້ຄວາມຮຸນແຮງ ທີ່ຜູ້ທຸກຍາກ ຕາມເງື່ອນໄຂຕົວຈິງ;
- ໃຫ້ບໍລິການອຸດໜູນ ແລະ ການສົງເຄາະຕໍ່ຜູ້ພິການປະເພດຕ່າງໆທີ່ບໍ່ສາມາດອອກແຮງງານ, ບໍ່ສາມາດ ຊ່ວຍເຫຼືອຕົນເອງ ແລະ ຢູ່ໃນຄອບຄົວທີ່ທຸກຍາກມີລາຍຮັບຕໍ່າ ລວມທັງຜູ້ພິການທີ່ລອດຊີວິດຈາກອຸປະຕິເຫດ ລະເບີດຕົກຄ້າງແລະ ຈາກການຖືກໃຊ້ຄວາມຮຸນແຮງ ເພື່ອສະໜອງຄວາມຕ້ອງການທີ່ຈໍາເປັນຂັ້ນພື້ນຖານ ແລະ ສາມາດຢູ່ຮ່ວມກັບສັງຄົມ;
- ສົ່ງເສີມການສ້າງ ແລະ ພັດທະນາຄວາມອາດສາມາດຂອງສະມາຄົມການຊ່ວຍເຫຼືອຜູ້ພິການ ໂດຍການຝຶກ ອົບຮົມການບໍລິການຕ່າງໆ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ;
- ເຊື່ອມສານວຽກສະໜັບສະໜູນຜູ້ພິການເຂົ້າໃນແຜນການຂອງຂະແໜງການ ທີ່ກ່ຽວຂ້ອງ.
ກິດຈະກຳ 3: ການບໍລິການອຸດໜູນ ຫຼື ການສົງເຄາະໃຫ້ຜູ້ອາຍຸສູງ
- ເກັບກຳ ແລະ ສັງລວມຂໍ້ມູນຜູ້ອາຍຸສູງ ໂດຍສະເພາະຜູ້ທີ່ທຸກຍາກ, ປ່ຽວພອຍ ແລະ ບອບບາງໃນສັງຄົມເພື່ອ ໃຫ້ການອຸດໜູນ ແລະ ການສົງເຄາະທີ່ເໝາະສົມ ໂດຍໃຫ້ຜູ້ອາຍຸສູງສາມາດຢູ່ຮ່ວມກັບສັງຄົມ;
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການອຸດໜູນ ແລະ ການສົງເຄາະຜູ້ອາຍຸສູງ ໂດຍສະເພາະຜູ້ທີ່ທຸກຍາກ ແລະ ປ່ຽວພອຍໃນສັງຄົມ ຕາມເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິການໃຫ້ມີປະສິດທິຜົນ.
- ດໍາເນີນການປະເມີນຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດອຸດໜູນຜູ້ອາຍຸສູງທີ່ບໍ່ໄດ້ຮັບອຸດໜູນຈາກປະກັນ ສັງຄົມ;
- ໃຫ້ບໍລິການການອຸດໜູນ ແລະ ການສົງເຄາະດ້ານວັດຖຸ ແລະ ຈິດໃຈຕໍ່ຜູ້ອາຍຸສູງທີ່ທຸກຍາກ ແລະ ປ່ຽວພອຍ ໃນສັງຄົມ ເພື່ອສະໜອງຄວາມຕ້ອງການທີ່ຈໍາເປັນຂັ້ນພື້ນຖານ ແລະ ສາມາດຢູ່ຮ່ວມກັບສັງຄົມ;
- ສະໜັບສະໜູນການສ້າງ ແລະ ພັດທະນາຄວາມອາດສາມາດຂອງສະມາຄົມຜູ້ອາຍຸສູງ.
ກິດຈະກຳ 4: ການບໍລິການສົງເຄາະໃຫ້ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ
- ເກັບກຳ ແລະ ສັງລວມຂໍ້ມູນຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆໃນສັງຄົມ ເພື່ອໃຫ້ການສົງເຄາະ ແລະ ການ ອຸດໜູນທີ່ເໝາະສົມກັບຄວາມຕ້ອງການທີ່ຈໍາເປັນ;
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການບໍລິການສົງເຄາະຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆໃນສັງຄົມ ຕາມ ເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິຫານໃຫ້ມີປະສິດທິຜົນ.
- ໃຫ້ບໍລິການສົງເຄາະ ແລະ ອຸດໜູນທີ່ຈຳເປັນໃຫ້ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ ເພື່ອບັນເທົາທຸກສຸກ ເສີນ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ຄືນສູ່ສະພາບປົກກະຕິ;
- ໃຫ້ບໍລິການສົງເຄາະ ແລະ ການອຸດໜູນທີ່ຈຳເປັນໃຫ້ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງເພື່ອ ບັນເທົາທຸກສຸກເສີນ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ຄືນສູ່ສະພາບປົກກະຕິ;
ກິດຈະກຳ 5: ຂະຫຍາຍໂຄງການອາຫານສໍາລັບເດັກນັກຮຽນທຸກຄົນໃນໂຮງຮຽນຂັ້ນອະນຸບານ, ຂັ້ນກຽມປະຖົມ, ຂັ້ນປະຖົມ ແລະ ຂັ້ນມັດທະຍົມຕອນຕົ້ນຂອງລັດຢູ່ບັນດາບ້ານ ແລະ ເມືອງທີ່ທຸກຍາກໃນທົ່ວປະເທດ
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການບໍລິການອາຫານກາງວັນສໍາລັບເດັກນັກຮຽນໃນຊັ້ນຮຽນຕ່າງໆ ຕາມເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິຫານໃຫ້ມີປະສິດທິຜົນ.
- ໃຫ້ການບໍລິການອາຫານກາງວັນສໍາລັບເດັກນັກຮຽນທຸກຄົນໃນໂຮງຮຽນອະນຸບານ, ໂຮງຮຽນກຽມປະຖົມ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນຂອງລັດ ໂດຍໃຫ້ອາຫານໜຶ່ງຄາບຕໍ່ມື້ ອາຫານແຕ່ລະອາທິດຈະຖືກກຳນົດຕາມຄວາມຕ້ອງການສະເພາະດ້ານໂພຊະນາການຂອງເດັກ. ຊຶ່ງລາຍການອາຫານແຕ່ລະອາທິດຈະຖືກກຳນົດຕາມຄວາມຕ້ອງການສະເພາະດ້ານໂພຊະນາການຂອງເດັກ.
ກິດຈະກຳ 6: ເພີ່ມການສະໜອງທຶນການສຶກສາ ແລະ ເບ້ຍລ້ຽງອຸດໜູນສໍາລັບນັກຮຽນຂັ້ນມັດທະຍົມຕອນຕົ້ນ ໂດຍໃຫ້ບຸລິມະສິດກັບນັກຮຽນຈາກຄອບຄົວທຸກຍາກ ແລະ ດ້ອຍໂອກາດ
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການສະໜອງທຶນການສຶກສາ ແລະ ເບ້ຍລ້ຽງອຸດໜູນສໍາລັບນັກຮຽນຂັ້ນມັດທະຍົມຕອນຕົ້ນ ຕາມເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິຫານໃຫ້ມີປະສິດທິຜົນ.
- ສະໜອງທຶນການສຶກສາ ແລະ ເບ້ຍລ້ຽງສໍາລັບນັກຮຽນຂັ້ນມັດທະຍົມຕອນຕົ້ນທີ່ທຸກຍາກ ແລະ ຜູ້ດ້ອຍໂອກາດທີ່ເປັນພິການ ແລະ ຊົນເຜົ່າໃຫ້ສາມາດຈ່າຍຄ່າລົງທະບຽນຮຽນ, ຄ່າຮຽນ, ຄ່າອຸປະກອນຮຽນ, ຄ່າຫໍພັກ ແລະ ຄ່າເດີນທາງທີ່ຈຳເປັນໃນຂອບເຂດທົ່ວປະເທດ.
ກິດຈະກຳ 7: ເພີ່ມການສະໜອງງົບປະມານບໍລິຫານໂຮງຮຽນໃຫ້ທັນຕາມກຳນົດເວລາໂດຍຂະຫຍາຍຂອບເຂດການປົກຄຸມບັນດາໂຮງຮຽນລະບົບສາມັນໃນທົ່ວປະເທດ
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການສະໜອງງົບປະມານບໍລິຫານໂຮງຮຽນຕ່າງໆໃນລະບົບສາມັນ ຕາມເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິຫານໃຫ້ມີປະສິດທິຜົນ.
- ປັບປຸງກົນໄກການປະສານງານລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງການເງິນກຽວກັບແຜນງົບປະມານ. ຮັບປະກັນໃນການສະໜອງງົບປະມານບໍລິຫານໂຮງຮຽນໃນລະດັບພຽງພໍ ແລະ ທັນເວລາ ເພື່ອລຶບລ້າງບໍ່ໃຫ້ຄອບຄົວນັກຮຽນເສຍຄ່າໂຮງຮຽນໃນໂຮງຮຽນອະນຸບານ, ໂຮງຮຽນກຽມປະຖົມ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນໃນຂອບເຂດທົ່ວປະເທດ.
ກິດຈະກຳ 8: ໃຫ້ການສະໜອງທຶນອາຊີວະສຶກສາ, ຝຶກວິຊາຊີບ ຫຼື ສີມືແຮງງານໃຫ້ຜູ້ຢູ່ໃນໄວອອກແຮງງານທີ່ທຸກຍາກ ແລະ ດ້ອຍໂອກາດໃຫ້ເຂົ້າເຖິງການມີວຽກເຮັດທີ່ມີຄຸນຄ່າ ແລະ ເປັນທຳ
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການສະໜອງທຶນການສຶກສາຂັ້ນອາຊີວະສຶກສາ, ຝຶກວິຊາຊີບ ຫຼື ພັດທະນາສີມືແຮງງານໃຫ້ຜູ້ຢູ່ໃນໄວອອກແຮງງານທີ່ທຸກຍາກ ແລະ ດ້ອຍໂອກາດໃນເຂດຊົນນະບົດ ຕາມເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິຫານໃຫ້ມີປະສິດທິຜົນ.
- ສະໜອງເບ້ຍລ້ຽງ ແລະ ທຶນການສຶກສາຂັ້ນອາຊີວະສຶກສາ, ຝຶກວິຊາຊີບ ຫຼື ສີມີແຮງງານໃຫ້ຜູ້ຢູ່ໃນໄວອອກແຮງງານທີ່ທຸກຍາກ ແລະ ດ້ອຍໂອກາດໃນເຂດຊົນນະບົດ ເພື່ອສົ່ງເສີມການມີວຽກເຮັດງານທໍາ, ການປະກອບການ, ການເຂົ້າຮ່ວມກຸ່ມການຜະລິດ, ສະຫະກອນ, ວິສາຫະກິດຂະໜາດໜ້ອຍ ແລະ ກາງ ໃນທ້ອງຖິ່ນ ເພື່ອສ້າງລາຍຮັບໃຫ້ຫຼາຍຂຶ້ນ, ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນແລະກ້າວສູ່ການລຶບລ້າງຄວາມທຸກຍາກ.
ກີດຈະກຳ 9: ສົ່ງເສີມການຈັດຕັ້ງກຸ່ມຮ່ວມມືການຜະລິດ, ສະຫະກອນ ແລະ ການບໍລິການ ດ້ວຍຮູບແບບຕ່າງໆ ເພື່ອ ການສ້າງວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ
- ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຈັດຕັ້ງກຸ່ມຮ່ວມມືການຜະລິດ, ກຸ່ມການບໍລິການ, ສະຫະກອນ, ວິສາຫະ ກິດຂະໜາດໜ້ອຍ ແລະ ກາງ ດ້ວຍຮູບແບບຕ່າງໆ ເພື່ອໃຫ້ແຮງງານໃນຊົນນະບົດທີ່ທຸກຍາກໄດ້ເຂົ້າເຖິງການ ມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ ຕາມເງື່ອນໄຂຕົວຈິງ ເພື່ອເປັນເຄື່ອງມືທີ່ສໍາຄັນໃນການບໍລິຫານ ໃຫ້ມີປະສິດທິຜົນ.
- ພັດທະນາສະຫະກອນຕົວແບບ ໂດຍການຮ່ວມມືກັບຄູ່ຮ່ວມພັດທະນາຕ່າງໆ ໃຫ້ມີການນໍາໃຊ້ແຮງງານ ຢ່າງ ກ້ວາງຂວາງ;
- ຊຸກຍູ້ການຈັດຕັ້ງກຸ່ມຮ່ວມມືການຜະລິດ ແລະ ການບໍລິການດ້ວຍຮູບແບບຕ່າງໆ ເພື່ອໃຫ້ແຮງງານໃນ ຊົນນະບົດທີ່ທຸກຍາກໄດ້ເຂົ້າເຖິງການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ, ມີການຫັນປ່ຽນອາຊີບຕາມ ຄວາມຕ້ອງການຂອງກຸ່ມການຜະລິດ, ກຸ່ມການບໍລິການ, ສະຫະກອນ, ໂຄງການສາທາລະນະ, ວິສາຫະກິດຂະ ໜາດໜ້ອຍ ແລະ ກາງໃນທ້ອງຖິ່ນ ເພື່ອເພີ່ມລາຍໄດ້ໃຫ້ສູງຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກ.
ພາກສ່ວນຮັບຜິດຊອບຫຼັກ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງສປປລາວ ແລະ ອືີ່ນໆ.
.