ວຽກປະກັນສຸຂະພາບ

ເພື່ອພັດທະນາວຽກປະກັນສຸຂະພາບໃຫ້ທຸກຄົນສາມາດເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ລວມທັງການສົ່ງເສີມ, ການປ້ອງກັນ, ການຮັກສາ, ການຟື້ນຟູ, ການດູແລທີ່ມີຄຸນນະພາບດີ ແລະ ການເຂົ້າເຖິງການບໍລິການປິ່ນປົວ ທີ່ບໍ່ມີຜົນ ກະທົບໃນການສ້າງຄວາມຫຍຸ້ງຍາກດ້ານການເງິນໃຫ້ກັບບຸກຄົນ. ສ້າງຄວາມເຂັ້ມແຂງການພັດທະນາວຽກປະກັນສຸຂະພາບ ເພື່ອໃຫ້ເປັນລະບົບ ແລະ ມີປະສິດທິພາບ ໃຫ້ທຸກຄົນ ສາມາດເຂົ້າເຖິງການບໍລິການປິ່ນປົວສຸຂະພາບ

ກິດຈະກຳ 1: ພັດທະນາລະບົບນິຕິກຳກ່ຽວກັບວຽກປະກັນສຸຂະພາບສໍາລັບທຸກຄົນ
  • ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກປະກັນສຸຂະພາບ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ຄົບຖ້ວນ ເພື່ອແກ້ໄຂສິ່ງ ທ້າທາຍ ແລະ ຊ່ອງຫວ່າງທີ່ສົ່ງຜົນໃຫ້ຍັງມີຄວາມຈຳກັດໃນການຂະຫຍາຍວຽກປະກັນສຸຂະພາບແຫ່ງຊາດ ສໍາລັບທຸກຄົນ;
  • ເຜີຍແຜ່, ສ້າງຄວາມເຂົ້າໃຈ, ຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ;
  • ທົບທວນຄືນບັນດາອຸດໜູນປະກັນສຸຂະພາບ ໂດຍມີຈຸດປະສົງເພື່ອຮັບປະກັນໃຫ້ການອຸດໜູນພຽງພໍ ແລະ ສາມາດປົກປ້ອງດ້ານການເງິນໄດ້.
ກິດຈະກຳ 2: ພັດທະນາລະບົບ ແລະ ສ້າງຄວາມອາດສາມາດໃຫ້ກັບອົງການຈັດຕັ້ງບໍລິຫານລະບົບປະກັນສຸຂະພາບ ແຫ່ງຊາດ ໃຫ້ມີປະສິດທິຜົນ
  • ສ້າງຄວາມເຂັ້ມແຂງໃຫ້ຫ້ອງການກອງທຶນປະກັນສຸຂະພາບແຫ່ງຊາດໃນທຸກຂັ້ນ;
  • ພັດທະນາລະບົບການບໍລິຫານກອງທຶນປະກັນສຸຂະພາບແຫ່ງຊາດໃຫ້ມີຄວາມພຽງພໍ ແລະ ມີຄວາມຍືນຍົງ;
  • ພັດທະນາ ແລະ ຈັດຕັ້ງປະຕິບັດລະບົບການຕິດຕາມ ແລະ ຂໍ້ມູນຂ່າວສານໃຫ້ມີຄວາມປະສົມປະສານດີຂຶ້ນ;
  • ຄົ້ນຄ້ວາ ແລະ ຖອດຖອນບົດຮຽນທີ່ດີຈາກຕ່າງປະເທດ ແລະ ສາກົນ.
ກິດຈະກຳ 3: ພັດທະນາ ແລະ ກຳນົດມາດຕະຖານຂັ້ນພື້ນຖານສໍາລັບສະຖານທີ່ໃຫ້ບໍລິການປິ່ນປົວສຸຂະພາບ
  • ກຳນົດ ແລະ ຈັດຕັ້ງປະຕິບັດມາດຕະຖານຄຸນນະພາບຂັ້ນພື້ນຖານໃນການໃຫ້ບໍລິການປິ່ນປົວສຸຂະພາບ ໂດຍ ສຸມໃສ່ອັດຕາມສ່ວນແພດໝໍຕໍ່ຈໍານວນປະຊາກອນ, ການສະໜອງການບໍລິການ ແລະ ຄຸນນະພາບຂອງ ສະຖານທີ່ການບໍລິການ, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ;
  • ປັບປຸງ ແລະ ຄວບຄຸມການປະຕິບັດຕາມຄູ່ມືການປິ່ນປົວແຫ່ງຊາດ;
  • ປັບປຸງຄຸນນະພາບຂອງສະຖານທີ່ໃຫ້ການບໍລິການປິ່ນປົວສຸຂະພາບ, ເພີ່ມຈໍານວນແພດໝໍ ແລະ ຮັບປະກັນ ໃຫ້ສະຖານທີ່ປິ່ນປົວສຸຂະພາບມີຢາທີ່ຈຳເປັນ ແລະ ເຄື່ອງມືການແພດທີ່ຈໍາເປັນພຽງພໍ.
ກິດຈະກຳ 4: ຂະຫຍາຍການເຂົ້າເຖິງການບໍລິການປິ່ນປົວສຸຂະພາບຂອງປະຊາຊົນໃນເຂດຊົນນະບົດ
  • ຂະຫຍາຍສະຖານທີ່ ແລະ ການເຂົ້າເຖິງການປິ່ນປົວສຸຂະພາບ, ອຸປະກອນການແພດ, ແພດໝໍ ແລະ ຢາ ປິ່ນປົວສຸຂະພາບທີ່ຈຳເປັນໃນເຂດຊົນນະບົດທີ່ທຸກຍາກຫ່າງໄກສອກຫຼີກ;
  • ຂະຫຍາຍການປົກຄຸມການປະກັນສຸຂະພາບໃຫ້ປະຊາຊົນ ທີີ່ທຸກຍາກໃນຊົນນະບົດ ໂດຍອອກບັດຢັ້ງຢືນການປະກັນສຸຂະພາບ ແລະໃຫ້ການບໍລິການປິີ່ນປົວສຸຂະພາບ ຢ່າງທົີ່ວເຖິງ.
ກິດຈະກຳ 5: ຈັດສັນງົບປະມານລັດ ແລະ ການລະດົມແຫຼ່ງທຶນໃຫ້ພຽງພໍກັບວຽກປະກັນສຸຂະພາບ
  • ສະເໜີການຈັດສັນງົບປະມານລັດ ເພື່ອເປັນທຶນສົມທົບ ແລະ ເກັບແຫຼ່ງເງິນສົມທົບຈາກຜູ້ປະກັນຕົນໃຫ້ພຽງພໍກັບການຈັດຕັ້ງປະຕິບັດວຽກປະກັນສຸຂະພາບ;
  • ລະດົມແຫຼ່ງທຶນຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຮັບປະກັນໃນການໃຫ້ບໍລິການປິ່ນປົວສຸຂະພາບສໍາລັບຜູ້ທຸກຍາກ.

ພາກສ່ວນຮັບຜິດຊອບຫຼັກ: ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ ແລະ ອົງການປົກຄອງທ້ອງຖິ່ນ.

ກອງທຶນປະກັນສຸຂະພາບແຫ່ງຊາດ

ກອງທຶນປະກັນສຸຂະພາບແຫ່ງຊາດ ຫຼື ກປຊ ແມ່ນນະໂຍບາຍຂອງລັດຖະບານເພື່ອຊ່ວຍເຫຼືອ ປະຊາຊົນໄດ້ປິ່ນປົວເວລາເຈັບເປັນ ແລະ ກອງທຶນເພື່ອຊ່ວຍເຫຼືອປະຊາຊົນ ເວລາໄປປິ່ນປົວຢູ່ສຸກສາລາ ແລະ ໂຮງໝໍຂອງລັດ.

ຜູ້ໃດສາມາດໃຊ້ສິດໄດ້

ເງື່ອນໄຂໄດ້ສິດປິ່ນປົວ

1. ເອກະສານຢັ້ງຢືນສິດປິ່ນປົວ

  • ບັດປະຈໍາຕົວ, ບັດປະກັນສັງຄົມ, ໃບຢັ້ງຢືນຈາກນາຍບ້ານ, ເອກະສານໂຮງໝໍອອກໃຫ້ ຫຼື ອື່ນໆ…

2. ຈ່າຍເງິນສົມທົບ

  • ສຸກສາລາ (ກວດເຂດນອກ+ນອນປິ່ນປົວ): 5,000 ກີບ/ຄັ້ງ
  • ໂຮງໝໍເມືອງ (ກວດເຂດນອກ): 10,000 ກີບ/ຄັ້ງ
  • ໂຮງໝໍແຂວງ (ກວດເຂດນອກ): 15,000 ກີບ/ຄັ້ງ
  • ໂຮງໝໍ/ເມືອງ/ແຂວງ (ນອນປິ່ນປົວ): 30,000 ກີບ/ຄັ້ງ

ກໍລະນີ ຄົນເຈັບໄດ້ຈ່າຍເງິນຕອນກວດເຂດນອກ ແລ້ວຖືກສົ່ງເຂົ້ານອນໃຫ້ຈ່າຍເພີ່ມໃຫ້ຄົບ 30,000 ກີບ

ຜົນປະໂຫຍດທີ່ຈະໄດ້ຮັບ

  1. ໄດ້ຮັບບໍລິການທຸກຢ່າງ, ລວມທັງການປິ່ນປົວທີ່ມີ ລາຄາສູງ ແລະ ພະຍາດຊຳເຮື້ອ ທີ່ມີໃນໂຮງໝໍ ຂອງລັດ
  2. ໄດ້ຮັບຄ່າອາຫານ ແລະ ຄ່າເດີນທາງ ສໍາລັບ ຜູ້ທຸກຍາກເຂົ້ານອນໂຮງໝໍ

ຜົນປະໂຫຍດທີ່ ກປຊ ບໍ່ປົກຄຸມ ເມື່ອ:

  • ຜູ້ອື່ນຈ່າຍໃຫ້ແລ້ວເຊັ່ນ: ຄູ່ກໍລະນີ, ໂຄງການຊ່ວຍເຫຼືອ ແລະ ປະກັນໄພອື່ນໆ
  • ກ່ຽວກັບເລື່ອງສ່ວນຕົວ: ເຮັດໝັນ, ທໍາຮ້າຍຕົວເອງ ແລະ ຜູ້ອື່ນ, ໃສ່ແຂ້ວທຽມ, ຕັດແວ່ນຕາ, ເສີມຄວາມງາມ, ກວດສຸຂະພາບປະຈຳປີ
  • ໄປບໍລິການຢູ່ສະຖານບໍລິການເອກະຊົນ: ໂຮງໝໍເອກະຊົນ, ຄລີນິກ, ຮ້ານຂາຍຢາ…

ສະຖານທີ່ໃຫ້ບໍລິການ

  • ສຸກສາລາ
  • ໂຮງໝໍເມືອງ
  • ໂຮງໝໍແຂວງ

ໂທສາຍດ່ວນ 1509

Share