ວຽກປະກັນສັງຄົມ

ເພື່ອພັດທະນາວຽກປະກັນສັງຄົມໃຫ້ຜູ້ອອກແຮງງານສາມາດເຂົ້າເຖິງການປະກັນຕົນ ຢ່າງກ້ວາງຂວາງ ແລະ ເຂົ້າເຖິງການບໍລິການປະກັນສັງຄົມທີີ່ບໍ່ມີຜົນກະທົບດ້ານການເງິນໃຫ້ກັບຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ທີີ່ເກີດສິດດ້ວຍຮູບແບບປະກອບທຶນສົມທົບ.

ຂັ້ນຕອນການສະໜັກ

ເງື່ອນໄຂໃນການສະໜັກ

ຜົນປະໂຫຍດທີ່ຈະໄດ້ຮັບ

ເນື້ອໃນຂອງວຽກປະກັນສັງຄົມ

ຈຸດປະສົງ 1 ຜູ້ອອກແຮງງານທຸກຄົນ ແລະ ແຮງງານທີີ່ປະກອບອາຊີບສ່ວນບຸກຄົນຂອງຂະແຫນງໃນລະບົບໄດ້ຮັບການປົກຄຸມປະກັນສັງຄົມ

  • ຂະຫຍາຍອັດຕາປົກຄຸມປະກັນສັງຄົມສຳລັບຜູ້ອອກແຮງງານໃນຫົວໜ່ວຍວິສາຫະກິດທີ່ຈົດທະບຽນວິສາຫະກິດ ກັບກະຊວງອຸດສະຫະກຳ ແລະ ການຄ້າໃນຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງກວ້າງຂວາງ;
  • ຂະຫຍາຍອັດຕາປົກຄຸມປະກັນສັງຄົມສຳລັບຜູ້ອອກແຮງງານທີ່ປະກອບອາຊີບສ່ວນບຸກຄົນໃນຂະແໜງ ເສດຖະກິດໃນລະບົບຢ່າງກວ້າງຂວາງ.
  • ສ້າງໜ່ວຍງານວິຊາການໃນການກວດກາການເຂົ້າຮ່ວມປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດ ປະຕິບັດຕາມກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ;
  • ສ້າງ ແລະ ປັບປຸງນິຕິກຳສຳລັບການກວດກາການເຂົ້າປະກັນສັງຄົມ ແລະ ແຕ່ງຕັ້ງບຸກຄະລາກອນ ແລະ ຈັດສັນ ງົບປະມານທີ່ຈຳເປັນ;
  • ສະເໜີໃຫ້ມີການພິຈາລະນາລົງໂທດຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ທີ່ບໍ່ປະຕິບັດກົດໝາຍ ແລະ ນິຕິກຳ ກ່ຽວກັບວຽກປະກັນສັງຄົມ;
  • ແລກປ່ຽນຂໍ້ມູນຂ່າວສານລະຫວ່າງການກວດກາແຮງງານ ແລະ ການກວດກາວຽກປະກັນສັງຄົມ;
  • ດັດແກ້ ແລະ ປັບປຸງລາຍຊື່ການຂຶ້ນທະບຽນວິສາຫະກິດເອກກະຊົນກັບກະຊວງອຸດສະຫະກຳ ແລະ ການຄ້າ ເພື່ອກວກກາເບິ່ງການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມ ແລະ ນິຕິກຳທີ່ກ່ຽວຂ້ອງດ້ານແຮງງານ;
  • ສ້າງໜ່ວຍງານວິຊາການໃນການກວດກາການເຂົ້າຮ່ວມປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດ ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບວຽກປະກັນສັງຄົມ.
  • ດໍາເນີນການປະຊາສຳພັນວຽກປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ກ້ວາງຂວາງເຮັດໃຫ້ຜູ້ໃຊ້ແຮງງານ, ຜູ້ ອອກແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນມີຄວາມຮັບຮູ້ເຂົ້າໃຈກ່ຽວກັບສິດ ແລະ ຜົນປະໂຫຍດຂອງ ວຽກປະກັນສັງຄົມ;
  • ຊຸກຍູ້ໃຫ້ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນເຂົ້າຮ່ວມລະບົບປະກັນສັງຄົມ ຕາມກົດໝາຍ ແລະ ລະບຽບການກ່ຽວກັບວຽກປະກັນສັງຄົມ ຢ່າງເຂັ້ມງວດ.
  • ຄົ້ນຄ້ວາ ແລະ ວິໄຈຄະນິດສາດປະກັນສັງຄົມ ເພື່ອຮັບປະກັນໃຫ້ມີຖານການເງິນທີ່ມີການສະສົມທຶນ ແລະ ຍືນຍົງຂອງກອງທຶນປະກັນສັງຄົມແຫ່ງຊາດໃນໄລຍະສັ້ນ ແລະ ໄລຍະຍາວ;
  • ດໍາເນີນການປັບປຸງລະບົບການອຸດໜູນປະກັນສັງຄົມ ອີງຕາມຜົນການປະເມີນ ແລະ ວິໄຈຄະນິດສາດປະກັນ ສັງຄົມເພື່ອຮັບປະກັນຄວາມຍືນຍົງຂອງກອງທຶນປະກັນສັງຄົມແຫ່ງຊາດ
  • ປັບປຸງເງື່ອນໄຂທີ່ຈຳເປັນເພື່ອອຳນວຍຄວາມສະດວກໃນການປະກອບທຶນສົມທົບເຂົ້າປະກັນສັງຄົມ ໂດຍຜ່ານ ລະບົບການໂອນຜ່ານທະນາຄານ ເພື່ອຮັບປະກັນການເກັບທຶນສົມທົບ ແລະ ຄວາມຍືນຍົງຂອງກອງທຶນປະກັນ ສັງຄົມແຫ່ງຊາດ.

ຈຸດປະສົງ 2 ປະກັນສັງຄົມປົກຄຸມຈໍານວນແຮງງານນອກລະບົບເພີີ່ມຂຶ້ນ

  • ປະສານສົມທົບກັບກະຊວງຖະແຫຼງຂ່າວ ແລະ ວັດທະນະທຳໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນ ໃນຂັ້ນຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບອາຊີບ ແລະ ຜູ້ອອກແຮງງານໃນການເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບວຽກປະກັນສັງຄົມ ແລະ ຂະບວນການຕ່າງໆ;
  • ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນໃນການບໍລິການຕ່າງໆທີ່ກ່ຽວຂ້ອງກັບວຽກປະກັນສັງຄົມ ເຊັ່ນ: ການປະກອບທຶນສົມທົບ ການຮ້ອງຂໍສົມທົບ ການປິ່ນປົວ ແລະ ການຈ່າຍເງິນຊ່ວຍເຫຼືອຕ່າງໆ ໃຫ້ມີຄວາມ ທັນສະໄໝ ແລະ ມີຄຸນນະພາບດີຂຶ້ນ.

ພາກສ່ວນຮັບຜິດຊອບຫຼັກ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ທະນາຄານທຸລະກິດ, ສູນກາງສະຫະພັນກຳມະບານລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ.

Share