ການເຕີບໂຕດ້ານເສດຖະກິດ ແບບມີສ່ວນຮ່ວມເປັນປັດໃຈ ທີ່ສໍາຄັນ ໃນການສົ່ງເສີມການເຕີບໂຕຂອງເສດຖະກິດ ແລະ ເພື່ອຫຼຸດຊ່ອງຫວ່າງຂອງຄວາມບໍ່ເທົ່າທຽມກັນ ແລະ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ. ເນື່ອງຈາກ ຍັງບໍ່ມີຄວາມສະເໜີພາບໃນການສ້າງລາຍໄດ້ ແລະ ການຮັບປະກັນສິດຜົນປະໂຫຍດໃຫ້ທຸກຄົນທີ່ໄດ້ຮັບຈາກການພັດທະນາໃຫ້ຫຼາຍຂຶ້ນຊຶ່ງໃນໄລຍະຜ່ານມາ ຍັງມີຄວາມທ້າທາຍໃນການຜັນແຍກຂົ້ວຮັ່ງ ແລະ ຂົ້ວທຸກໃນສັງຄົມ ໂດຍສະເພາະແມ່ນຄວາມຮັ່ງມີໃນຕົວເມືອງ ແລະ ຄວາມທຸກຍາກໃນຊົນນະບົດ ຊຶ່ງຍັງມີຄອບຄົວທີ່ທຸກຍາກ ແລະ ດ້ອຍໂອກາດທີ່ບໍ່ສາມາດດູແລເດັກ, ຜູ້ພິການ ແລະ ຜູ້ອາຍຸສູງທີ່ປ່ຽວພອຍ ແລະ ກຸ່ມດ້ອຍໂອກາດອື່ນໆ.
ໃນຂະນະທີ່ເສດຖະກິດມີການເຕີບໂຕ ຢ່າງຕໍ່ເນື່ອງ ກໍມີຄວາມອາດສາມາດໃນການຈັດສັນງົບປະມານຂອງລັດ ເພື່ອຈັດຕັ້ງປະຕິບັດລະບົບປົກປ້ອງສັງຄົມ, ຊ່ວຍເຫຼືອກຸ່ມຜູ້ດ້ອຍໂອກາດ, ຫຼຸດຄວາມບໍ່ເທົ່າທຽມດ້ານເສດຖະກິດ-ສັງຄົມ ແລະ ແບ່ງປັນການແຈກຢາຍຄືນຜົນໄດ້ຮັບຈາກການຂະຫຍາຍຕົວຂອງເສດຖະກິດ. ການລົງທຶນດັ່ງກ່າວບໍ່ພຽງແຕ່ໃຫ້ປະໂຫຍດກັບຜູ້ທີ່ມີຄວາມຕ້ອງການເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ.

ລັດຖະບານ ແຫ່ງ ສປປ ລາວ ມີຄວາມຕັ້ງໃຈໃນການຂະຫຍາຍການປົກຄຸມໃນການປົກປ້ອງສັງຄົມທຸກທົ່ວໜ້າ ເທື່ອລະກ້າວຕາມຄວາມອາດສາມາດດ້ານຊັບພະຍາກອນ ແລະ ເງື່ອນໄຂການພັດທະນາຂອງເສດຖະກິດ-ສັງຄົມ ແລະ ພະຍາຍາມເອົາໃຈໃສ່ພັດທະນາວຽກປົກປ້ອງສັງຄົມຂັ້ນພື້ນຖານ ເພື່ອປົກປ້ອງພົນລະເມືອງທຸກຄົນຈາກຜົນກະທົບດ້ານເສດຖະກິດ ແລະ ສັງຄົມ, ໄພພິບັດຈາກທຳມະຊາດ ແລະ ຄວາມບອບບາງອື່ນໆ.
ລັດຖະທຳມະນູນ ແຫ່ງ ສປປ ລາວ ໄດ້ຮັບຮູ້ເຖິງຄວາມເອົາໃຈໃສ່ຂອງລັດໃນການຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາ ຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ພິການ; ລັດເອົາໃຈໃສ່ 1 ພັດທະນາສີມືແຮງງານ, ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະ ວຽກເຮັດງານທຳຂອງປະຊາຊົນ ພ້ອມທັງປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຜູ້ອອກແຮງງານ; ລັດເອົາໃຈໃສ່ປະຕິບັດນະໂຍບາຍປະກັນສັງຄົມ ແລະ ກຳນົດໃຫ້ເຫັນເຖິງການສະໜັບສະໜູນສິດທິການປົກປ້ອງສັງຄົມຫຼາຍຮູບແບບ.
ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໄລຍະແຕ່ປີ 2016-2020 ໄດ້ກຳນົດແນວທາງຫຼັກໃນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນາທຳ ຕິດພັນກັບການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກ, ປັບປຸງການພັດທະນາຊັບພະຍາກອນມະນຸດ ໂດຍເນັ້ນໜັກການພັດທະນາການສຶກສາ, ສາທາລະນະສຸກ, ວິຊາຊີບ, ສີມືແຮງງານ, ສ້າງວຽກເຮັດງານທຳ ແລະ ສ້າງຄວາມສາມັກຄີໃນສັງຄົມ.