ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ

ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 ມີເປົ້າໝາຍ ເພື່ອເພີ່ມທະວີ ແລະ ປະກອບສ່ວນເຂົ້າໃນຄວາມຕັ້ງໃຈຂອງລັດຖະບານໃນການຈັດຕັ້ງປະຕິບັດນະໂຍບາຍສາກົນ ແລະ ຈຸດປະສົງຍຸດທະສາດແຫ່ງຊາດ ໂດຍເລັງເປົ້າໝາຍເພື່ອຮັບຮູ້ເຖິງເນື້ອໃນຂອງຖະແຫຼງການ, ສົນທິສັນຍາ ແລະ ຂໍ້ແນະນໍາກ່ຽວກັບການຈັດຕັ້ງປະຕິບັດການປົກປ້ອງສັງຄົມສໍາລັບທຸກຄົນ ເປັນຕົ້ນ ຖະແຫຼງການສາກົນວ່າດ້ວຍສິດທິມະນຸດ, ອານຸສັນຍາສາກົນວ່າດ້ວຍສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນາທຳ, ສົນທິສັນຍາຂອງອົງການແຮງງານສາກົນວ່າດ້ວຍມາດຕະຖານປະກັນສັງຄົມ, ຂໍ້ແນະນໍາຂອງອົງການແຮງງານສາກົນວ່າດ້ວຍການປົກປ້ອງສັງຄົມຂັ້ນພື້ນຖານ ແລະ ຖະແຫຼງການອາຊຽນວ່າດ້ວຍການຂະຫຍາຍການປົກປ້ອງສັງຄົມ. ເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ມີບົດບາດສໍາຄັນໃນການເປັນແນວທາງຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາເສດຖະກິດ ແລະ ສັງຄົມ. ທັງໝົດນີ້ ເປັນພື້ນຖານສໍາຄັນສໍາລັບຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ໂດຍສະເພາະເປັນຈຸດໃຈກາງຂອງເປົ້າໝາຍ, ຈຸດປະສົງ ແລະ ກິດຈະກຳ ແລະ ເປັນພື້ນຖານສໍາລັບການຕິດຕາມ ແລະ ປະເມີນຜົນສໍາເລັດຂອງການຈັດຕັ້ງປະຕິບັດຍຸດທະສາດສະບັບນີ້.

ວິໄສທັດ

ຮອດປີ2030, ປະຊາຊົນລາວຕາມກຸ່ມເປົົ້າຫມາຍຕ່າງໆໄດ້ຮັບການເຂົົ້າເຖິງການບໍລິ ການລະບົບປົກປ້ອງສັງຄົມດ້ານການປະກັນສຸຂະພາບ, ການປະກັນສັງຄົມ ແລະ ສະຫວັດດີການສັງຄົມຂັົ້ນພືົ້ນຖານ ຢ່າງກ້ວາງຂວາງ, ສະເຫມີພາບ, ມີປະສິດທິພາບ ແລະ ຄວາມຍືນຍົງ.

ຫຼັກການລວມ

ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ແມ່ນອີງໃສ່ຫຼັກການຄວາມສະເໝີພາບ, ຄວາມພຽງພໍ, ປະສິດທິພາບ, ໃຫ້ກວມເອົາທຸກຄົນ, ຄວາມຄືບໜ້າ ແລະ ຄວາມຍືນຍົງ ພາຍໃຕ້ເງື່ອນໄຂໃຫ້ປະຊາຊົນລາວ ຕາມກຸ່ມເປົ້າໝາຍຕ່າງໆ ໄດ້ເຂົ້າເຖິງການບໍລິການປົກປ້ອງສັງຄົມໃນເງື່ອນໄຂດຽວກັນ ໂດຍບໍ່ຈໍາແນກອາຍຸ, ເພດ, ພູມລໍາເນົາ, ສະຖານະທາງເສດຖະກິດ-ສັງຄົມ ຫຼື ອື່ນໆ.

ເປົ້າຫມາຍລວມ

ຮອດປີ 2025, ລະບົບປົກປ້ອງສັງຄົມ ໄດ້ຮັບການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບດີຂຶ້ນ ໂດຍມີເປົ້າໝາຍ ໃນການໃຫ້ບໍລິການປົກປ້ອງສັງຄົມ ໃຫ້ກວມເອົາກຸ່ມເປົ້າໝາຍ ຢ່າງກ້ວາງຂວາງກ່ວາເກົ່າ ແລະ ມີມາດຕະຖານດ້ານການບໍລິການທີ່ມີຄຸນນະພາບທີ່ດີຂຶ້ນ. ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດສະບັບນີ້ ໄດ້ກຳນົດ 3 ເປົ້າໝາຍຫຼັກ ເພື່ອຂະຫຍາຍການປົກຄຸມຕາມກຸ່ມເປົ້າໝາຍໃນການເຂົ້າເຖິງການບໍລິການປົກປ້ອງສັງຄົມ ໃຫ້ມີປະສິດທິຜົນ ຊຶ່ງມີດັ່ງນີ້:

ເປົ້າໝາຍ 1: ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ

ພັດທະນາວຽກປະກັນສຸຂະພາບໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວສຸຂະພາບທີ່ມີຄຸນນະພາບ ໂດຍບໍ່ສ້າງຄວາມຫຍຸ້ງຍາກດ້ານການເງິນ ໃຫ້ມີປະສິດທິພາບສໍາລັບທຸກຄົນ ດ້ວຍການສະໜັບສະໜູນງົບປະມານໃຫ້ພຽງພໍ ແລະ ການຂະຫຍາຍການປະກັນສຸຂະພາບສໍາລັບທຸກຄົນພາຍໃນປີ 2025.

ເປົ້າໝາຍ 2: ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສັງຄົມ

ພັດທະນາວຽກປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ, ເປັນລະບົບ ແລະ ມີປະສິດທິພາບ ເພື່ອໃຫ້ສາມາດເກັບແຫຼ່ງເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ແລະ ໃຫ້ການບໍລິການອຸດໜູນປະກັນສັງຄົມປະເພດຕ່າງໆສໍາລັບຜູ້ປະກັນຕົນທີ່ເປັນພະນັກງານ-ລັດຖະກອນ, ຜູ້ອອກແຮງງານໃນຫົວໜ່ວຍແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະສະມາຊິກຄອບຄົວທີ່ເກີດສິດ ຢ່າງກ້ວາງຂວາງ ລວມທັງການຄຸ້ມຄອງກອງທຶນປະກັນສັງຄົມແຫ່ງຊາດ ໃຫ້ມີຄວາມໂປ່ງໄສ, ການສະສົມທຶນ ແລະ ຄວາມຍືນຍົງ.

ເປົ້າໝາຍ 3: ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບສະຫວັດດີການສັງຄົມ

ພັດທະນາວຽກສະຫວັດດີການສັງຄົມໃຫ້ມີຄວາມເຂັ້ມແຂງ, ເປັນລະບົບ ແລະ ມີປະສິດທິພາບ ເພື່ອໃຫ້ການບໍລິການໃນການສົງເຄາະ ຫຼື ການອຸດໜູນໃຫ້ເດັກທີ່ຕ້ອງການປົກປ້ອງພິເສດ ຫຼື ດ້ອຍໂອກາດ, ຜູ້ພິການ, ຜູ້ອາຍຸສູງທີ່ປ່ຽວພອຍແລະ ຜູ້ອອກແຮງງານທີ່ທຸກຍາກບໍ່ສາມາດຊ່ວຍເຫຼືອຕົນເອງ ຢ່າງກ້ວາງຂວາງ, ສະໜອງການສົງເຄາະບັນເທົາທຸກສຸກເສີນຜູ້ປະສົບໄພພິບັດຕ່າງໆ ໃຫ້ມີປະສິດທິຜົນ, ສະໜອງທຶນການບໍລິຫານໂຮງຮຽນ, ທຶນສໍາລັບນັກຮຽນທີ່ທຸກຍາກໃນຊັ້ນຮຽນຕ່າງໆ ແລະ ທຶນອາຫານທ່ຽງໃນໂຮງຮຽນ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມ.

Share